วันอังคารที่ 28 มกราคม พ.ศ. 2557


   
 Affilaite Marketing ຫຼື ກໍ່​ຄື​ການ​ເປັນ​ນາຍ​ໜ້າ​ຂາຍ​ເຄື່ອງ​ຜ່ານ​ອິນ​ເຕີ​ເນັດ​ນັ້ນ​ເອງ ມັນ​ຄື​ການ​ໂຄ​ສະ​ນາ​ສິ້ນ​ຄ້າ​ໂດຍ​ຕົວ​ແທນ ເຊິ່ງ​ໃນ​ແຕ່​​ກ່ອນການ​ຂາຍ​ສິນ​ຄ້າ​ແລະ​ບໍ​ລິ​ການ​ແມ່ນ​ຈະ​ຢູ່​ກັບ​ທີ່ ລົງ​ໂຄ​ສະ​ນາ​ກັບ​ໜັງ​ສື​ພິມ,ວິ​ທະ​ຍຸ,ໃບ​ປິວ ຫຼື ໂທ​ລະ​ທັດ ແລະ​ອື່ນໆ ແລ້ວ​ເມື່ອ​ໃນ​ປັດ​ຈຸ​ບັນ​ອິນ​ເຕີ​ເນັດ​ໄດ້​ມີ​ບົດ​ບາດ​ສຳ​ຄັນ​ໃນ​ຊີ​ວິດ​ປະ​ຈຳ​ວັນ​ຂອງ​ຄົນ ເຮັດ​ໃຫ້​​ມີ​ການ​ຫັ່ນ​ມາ​ລົງ​ໂຄ​ສະ​ນາ​ຜ່ານ​ອິນ​ເຕີ​ເນັດເພາະ​ເຮັດ​ໄດ້​ງ່າຍກວ່າ,ມີ​​ປະ​ສິດ​ທິ​ພາບ ແລະ ຕົ້ນ​ທຶນ​ທີ່​ປະ​ຫ​ຍັດ​ກວ່າ ບໍ​ວ່າ​ຈະ​ເປັນ​ການ​ໂຄ​ສະ​ນາ,ສ້າງ Banner  ກໍ່​ພຽງ​ແຕ່​ເອົາ​ປ້າຍ​ໂຄ​ສະ​ນາ​ໄປ​ຕິດ​ແປະ​ໄວ້​ໃນ​ເວັບ​ຕ່າງ​ໆ​ທີ່​ມີ​ຄົນ​ເຂົ້າ​ໃຊ້ຫຼາຍ ແລະ ທີ່​ສຳ​ຄັນ​ຍັງສາ​ມາດ Focus ເອົາ​ແຕ່​ຄົນ​ທີ່​ສົນ​ໃຈ​ເທົ່ານັ້ນ ເຊັ່ນ : ການ​ຊື້​ໂຄ​ສະ​ນາ​ຈາກ​ Google Search,Yahoo Search,MSN Search,Facebook

    ເມື່ອ​ຄົນ​ເຫັນ​ໂສ​ນາກໍ່​ຈະ​ກົດ​ເຂົ້າ​ມາ​ຊື້​ສິນ​ຄ້າເຈົ້າ​ຂອງ​ສິນ​ຄ້າກໍ່​ໄດ້​ຮັບ​ເງິນ ແຕ່​ວ່າ​ມີ​ນັກ​ການ​ຕະຫຼາດ​ຄິດ​ວ່າ​ການ​ລົງ​ໂຄ​ສະ​ນາ​ພຽງ​ຄົນ​ດ​ຽວ​ເຮັດ​ໃຫ້ສາ​ມາດ​ຂາຍ​ສິນ​ຄ້າ​ໄດ້​ຈຳ​ນວນ​ໜ້ອຍດ​ຽວ​ເທົ່າ​ນັ້ນແລະ​ຍັງ​ເມື່ອຍ​ໃນ​ການ​ດູ​ແລຮັກ​ສາ. ດັ່ງ​ນັ້ນ​ ,ຈຶ່ງ​ໄດ້​ໃຫ້​ຄົ​ນ​ມາ​ຊ່ວຍ​ຂາຍບໍ່​ວ່າ​ແມ່ນ​ໃຜ​ກໍ່​ໄດ້ ແລ້ວ ຖ້າ​ສາ​ມາດ​ຂາຍ​ໄດ້​ກໍ່​ຈະໄດ້​ຄ່າ Commision  ​ແລ້ວ​ເມື່ອ​ຜູ້​ຜະ​ລິດ​ສິນ​ຄ້າ​ເຮັດ​ແບບ​ນີ້​ຂື້ນ​ມາຫຼາຍ​ກໍ່​ເລີຍ​ເກີດ​ມີເວັບ​ໄຊ​ທ໌ Affilaite Provider ​ຂື້ນ​ມາ​ເປັນ​ຕົວກາງ​ລະ​ຫວ່າງ​ຜູ້​ຊື້​ແລະ​ຜູ້​ຂາຍ ເຊິ່ງ  Affilaite Provider  ຈະ​ຄອຍ​ດູ​ແລ ຮ້ານ​ຄ້າ​ຕ່າງໆ​ບໍ່​ໃຫ້​ມີ​ການ​ຕົ້ມ​ກັນ ຫຼື ສໍ້​ໂກງ​ຄົນ​ຂາຍ( Affilaite Marketing) ແລະ ກໍ່​ຍັງ​ດູ​ແລ​ຜູ້​ຂາຍບໍ່​ໃຫ້​ສໍ້ໂກງເຈົ້າ​ຂອງ​ສິນ​ຄ້າ​ນຳ

ຂໍ້​ດີ​ຂອງ​ການ​ເປັນ​ Affilaite Marketing

- ບໍ່​ຈຳ​ເປັນ​ຕ້ອງ​ມິ​ສິນ​ຄ້າ​ເປັນ​ຂອງ​ຕົວ​ເອງ

- ສາ​ມາດ​ຄວບ​ຄຸມ​ຕົ້ນ​ທຶນ​ໄດ້

- ບໍ່​ຈຳ​ເປັນ​ຕ້ອງ​ບໍ​ລິ​ການຫຼັງ​ການ​ຂາຍ

- ສາ​ມາດ​ເຮັດ​ວຽກ​ໄດ້​ທຸກ​ທີ່​ພຽງ​ມີ​ຄອມ​ພີວ​ເຕີ​ແລະ ອິນ​ເຕີ​ເນັດ

- ບໍ​ຕ້ອງ​ຫ່ວງ​ເລື່ອງ​ຄ່າ​ໂກງ Commission

- ເຖິງມື້​ໃດ​ບໍ່​ໄດ້​ເຮັດ​ວຽກ​ກໍ່​ຍັງ​ມີ​ລາຍ​ໄດ້

- ບໍ່​ຈຳ​ເປັນ​ຕ້​ອງ​ມີ​ເວັບ​ໄຊ​ທ໌ ກໍ່​ເຮັດ

- ສາ​ມາດ​ຫ​ຍຸດ​ການ​ຂາຍ​ໄດ້​ທັນ​ທີ ເນື່ອງ​ຈາກບໍ່​ຕ້ອງ Stock ສິນ​ຄ້າ

ວິ​ທີ​ການ​ເຮັດ​ວຽກ​ຂອງລະ​ບົບ Affiliate Marketing

- ເຈົ້າ​ຂອງ​ສິນ​ຄ້າ ຫຼື ບໍ​ລິ​ການ ສະ​ມັກ​ເປັນ​ສະ​ມາ​ຊິກ Affilaite Provider

- ເຈົ້າ​ຂອງ​ສິນ​ຄ້າ ຫຼື ບໍ​ລິ​ການ ສະ​ແດງ​ສິນ​ຄ້າ​ພ້ອມ​ຄ່າ Commission ທີ່ ເວັບ​ໄຊ​ທ໌ Affilaite Provider

- ຜູ້​ຂາຍ​ສະ​ໝັກ​ເປັນ​ສະ​ມາ​ຊິກ​ຂອງ Affilaite Provider

- ຜູ້​ຂາຍ​ນຳ Link ຫຼື Banner ຂອງ​ສິນ​ຄ້າ​ທີ່​ເລືອກ

- ຜູ້​ຊື້ Click ຜ່ານ Link ຫຼື Banner ຂອງ​ສິນ​ຄ້າ​ໄປ​ທີ່​ເວັບ​ຕົວ​ເອງ ຫຼື ໂປ​ໂຫມດ​ຕາມ Search Enginge ຕ່າງໆ

- ຜູ້​ຊື້ Click ຜ່ານ Link ຫຼື Banner ທີ່​ຜູ້​ຂາຍ​ຕິດ​ໄວ້ ແລ້ວ​ຊື້​ສິນ​ຄ້າ

- ຜູ້​ຊື້​ຈ່າຍ​ເງິນ​ໃຫ້ Affilaite Provider

- Affilaite Provider ຈ່າຍ​ເງີນ​ໃຫ້​ກັບ​ຮ້ານ​ຄ້າ​ທີ່​ເອົາ​ເຄື່ອງ​ມາ​ຂາຍ + ຈ່າຍ​ເງີນ​ຄ່າ Commission ໃຫ້​ກັບ​ຜູ​ຂາຍ

ແລ້ວ​ການ​ໂຄ​ສະ​ນາ Affilaite Program ສາ​ມາດ​ເຮັດ​ແບບ​ໃດ​ໄດ້​ແດ່

- ການ​ໂຄ​ສະ​ນາ​ຜ່ານ Pay Per Click (PPC)

- ໂຄສນະາ​ຜ່ານ Search Engine Optimization (SEO)

- ໂຄ​ສະ​ນາ​ຜ່ານ New Letter

- ໂຄ​ສະ​ນາ​ຜ່າ​ນ​ສື່​ຕ່າງໆ ເຊັ່ນ : Facebook

  ນີ້ກໍ່​ເປັນ​ການ​ຫາ​ລາຍ​ໄດ້​ຜ່ານ​ຄອມ​ພີວ​ເຕີ​ອີກ​ແບບ​ໜຶ່ງ​ທີ່​ນິ​ຍົມ​ກັນຫຼາຍ ແລະ ມີຫຼາຍ​ຄົນ​ສາ​ມາດ​ມີ​ລາຍ​ໄດ້ ມື້ ລະຫຼາຍ​ລ້ານ​ຈາກ​ການ​ຂາຍ​ທີ່ບໍ່​ຕ້ອງ​ມີ​ສິນ​ຄ້ານີ້ ແລະ​ນີ້​ກໍ​ຄື​ການ​ຫາ​ລາຍ​ໄດ້​ໃນ​ແບບ​ຂອງ​ຄົນ​ລຸ້ນ​ໃໝ່ ແລະ ຄວາມ​ຝັນ​ຂອງ​ຄົນ​ມັ​ກ​ງານ​ອິດ​ສະຫຼະ
 ເວັບ​ໄຊ​ທ໌ ທີ່​ເປັນ Affilaite Provider ທີ່​ມີ​ຄວາມ​ນິ​ຍົມ​ແລະ​ໜ້າ​ເຊື່ອ​ຖື​ແມ່ນ  eBay ແລະ Amezone












ບົດ​ຄວາມ​ຂຽນ​ໂດຍ :

ບຸນ​ມີ ສີ​ຫາ​ລາດ 
https://www.facebook.com/Mee85SIHALARD